Friday, June 8, 2012

ຫົວບົດສອບເສັງຈົບຊັ້ນມັດທະຍົມສືກສາຕອນປາຍ(ມ7)ເອກະພາບທົວປະເທດສົກຮຽນ2010ບ2011 ວິຊາພາສາລາວບວັນນະຄະດີ


ຫົວ​ບົດສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ສື​ກສາ​ຕອນ​ປາຍ(ມ7)
             ​ເອກະ​ພາບ​ທົ່ວ​ປະ​ເທດ ສົກຮຽນ​2010-2011

 
  
             ວິຊາ: ພາສາ​ລາວ-ວັນນະຄະດີ                           ​ເວລາ:90ນາທີ



I.        ພາກ​ທິດ​ສະ​ດີ.
1.  ຈົ່ງ​ເລືອກ​ຂຽນ​ເອົາ​ຄຳ​ລຸ່ມ​ນີ້ທີ່​ຖືກຕ້ອງ​ຕາມຫຼັກ​ໄວຍາກອນ​ລາວ.
ຂີ້ຝຸ່ນ​ໄຫງ່-ຂີ້ຝຸ່ນ​ໃຫງ່, ປັບ​​ໄໝ-ປັບ​ໃໝ, ສິ້ນ​​ໄໝ-ສິ້ນ​ໃໝ, ​ໄຮ່​ສາລີ-​ໃຮ່ສາລີ, ຫົວ​ງ່ຽງ-ງ່ຽງປາ, ນາ​ໄຮ່ໜື່ງ-ນາ​ໃຮ່ໜື່ງ, ສະ​ເນ່ຫາ-ສະ​ເໜ່ຫາ, ​ໄຜ່​ລາສະດອນບ-​ໄພ່​ລາສະດອນ, ບ່າ​ໄຫຼ່-ບ່າ​ໄລ່, ບໍ່​ແຮ່-ບໍ່​ແຫ່
2.  ລັກສະນະ​ນາມ​ແມ່ນ​ຫັຍ​ງ? ມີ​ຈັກ​ປະ​ເພດ?ປະ​ເພດ​ໃດ​ແດ່?​ເລືອກ​ເອົາໝູ່ຄຳ​ຕໍ່​ໄປ​ນີ້​ໃສ່​ແຕ່ລະ​ປະ​ເພດ​ໃຫ້​ຖືກຕ້ອງ: ສາ​ມະ​ເນນ​ສອງ​ຕົນ, ສາດ​ສິບ​ຜືນ, ຄົນ​ພວກໜື່ງ, ​ເຮືອນ​ສາມຫຼັງ, ພະພຸດທະ​ຮູບ​ເກົ້າອົງ, ຕຳຫຼວດສອງໝວດ, ​ແຫວນ​ສີ່​ວົງ, ​ເປັດ​ນ້ອຍໜຶ່ງຝູງ, ຜ້າ​ຫົ່ມ​ເຈັດ​ຜືນ.
3.  ພະຍາງ​ເປັນ ​ແລະ​ພະຍາງ​ຕາຍ ມີ​ລັກສະນະ​ແນວ​ໃດ? ​ໃຫ້​ເລືອກ​ພະຍາງ​ລຸ່ມ​ນີ້​ໃສ່​ແຕ່​ລັກສະນະ.
ຕາ, ປົວ, ກິນ, ຊຸມ, ​ໂຄງ, ຕັວະ, ​ແລະ, ກົບ, ໝັດ, ​ເປີດ.
4.  ການ​ກຳ​ເນີ​ດ ​ແລະ ຂະຫຍາຍຕົວ​ຂອງ​ວັນນະຄະດີ​ປັດຈຸບັນ​ແບ່ງ​​ເປັນ​ຈັກ​ໄລຍະ?​ໄລຍະ​ໃດ​ແດ່?
-    ບົດ​ວັນນະຄະດີ​ຕໍ່​ໄປ​ນີ້​ແຕ່ງ​ຂື້ນ​ໃນ​ໄລຍະ​ໃດ?
​ເລື່ອງ: ''ພະພຸດທະ​ຮູບ​ສັກສິດ'', ​ເລື່ອງ: ''ສີ​ນ້ອຍ'', ​ເລື່ອງ: ''ກອງພັນ​ທີ​ສອງ'', ​ເລື່ອງ: ''​ເສັ້ນທາງ​ແຫ່ງ​ຊີ​ວິ​ດ'', ​ເພງ: ''ຕໍ່ຕ້ານ'', ບົດ​ລະຄອນ: ''ບາບ​ໄລ່​ເວນ​ທັນ'', ​ເພງ: ''​ແດນ​ແຫ່ງ​ອິດສະຫຼະ'', ​ເລື່ອງ: ''ລູກ​ສາວ​ຂອງ​ພັກ'', ​ເລື່ອງ: ''ຜູ້ຍິງ​ນໍ​ຜູ້​ຍິງ''.
5.  ການ​ປົກ​ປັກ​ຮັກສາ​ວັນນະຄະດີມີ​ຈັກ​ວິທີ?ຄື​ວີ​ທີ​ໃດ​ແດ່​?
II.       ພາກ​ແຕ່ງ.
ຈົ່ງ​ອະທິບາຍ​ແລະ​ພິສູດ ຄຳ​ກອນ​ທີ​ວ່າ:
''ນີ້​ແຫຼະ ​ເພິ່ນ​ວ່າ​ນ້ຳ           ​ເຕັມ​ແຕ່​ປູ​ປາ
       ​ເພິ່ນ​ວ່າ​ນາ           ​ເຕັມ​ແຕ່​ຮ່ວງ​ເຂົ້າ
       ພູ​ເຂົາ​ກ້ວາງ          ຈວງ​ຈັນ​ເປັນ​ປ່າ
       ຫີນ​ສີ​ລາ​ຢູ່​ນ້ຳ          ​ເປັນ​ແກ້ວ​ຄ່າ​ແພງ''
(ຄັດ​ຈາກ ກອນ​ເມືອງ​ລາວ​ສວຍ​ງາມ​ ​ແລະ ຮັ່ງມີ ຂອງ​ທ່ານ​ພູມີ ວົງ​ວິ​ຈິດ)
                               


                         ຄະນະ​ກຳມະການ​ອອກ​ຫົວ​ບົດສອບ​ເສັງ

No comments:

Post a Comment