Friday, June 8, 2012

ຫົວບົດສອບເສັງຈົບຊັ້ນມັດທະຍົມສືກສາຕອນປາຍ(ມ7)ເອກະພາບທົວປະເທດສົກຮຽນ2010ບ2011 ວິຊາພາສາລາວບວັນນະຄະດີ


ຫົວ​ບົດສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ສື​ກສາ​ຕອນ​ປາຍ(ມ7)
             ​ເອກະ​ພາບ​ທົ່ວ​ປະ​ເທດ ສົກຮຽນ​2010-2011

 
  
             ວິຊາ: ພາສາ​ລາວ-ວັນນະຄະດີ                           ​ເວລາ:90ນາທີ



I.        ພາກ​ທິດ​ສະ​ດີ.
1.  ຈົ່ງ​ເລືອກ​ຂຽນ​ເອົາ​ຄຳ​ລຸ່ມ​ນີ້ທີ່​ຖືກຕ້ອງ​ຕາມຫຼັກ​ໄວຍາກອນ​ລາວ.
ຂີ້ຝຸ່ນ​ໄຫງ່-ຂີ້ຝຸ່ນ​ໃຫງ່, ປັບ​​ໄໝ-ປັບ​ໃໝ, ສິ້ນ​​ໄໝ-ສິ້ນ​ໃໝ, ​ໄຮ່​ສາລີ-​ໃຮ່ສາລີ, ຫົວ​ງ່ຽງ-ງ່ຽງປາ, ນາ​ໄຮ່ໜື່ງ-ນາ​ໃຮ່ໜື່ງ, ສະ​ເນ່ຫາ-ສະ​ເໜ່ຫາ, ​ໄຜ່​ລາສະດອນບ-​ໄພ່​ລາສະດອນ, ບ່າ​ໄຫຼ່-ບ່າ​ໄລ່, ບໍ່​ແຮ່-ບໍ່​ແຫ່
2.  ລັກສະນະ​ນາມ​ແມ່ນ​ຫັຍ​ງ? ມີ​ຈັກ​ປະ​ເພດ?ປະ​ເພດ​ໃດ​ແດ່?​ເລືອກ​ເອົາໝູ່ຄຳ​ຕໍ່​ໄປ​ນີ້​ໃສ່​ແຕ່ລະ​ປະ​ເພດ​ໃຫ້​ຖືກຕ້ອງ: ສາ​ມະ​ເນນ​ສອງ​ຕົນ, ສາດ​ສິບ​ຜືນ, ຄົນ​ພວກໜື່ງ, ​ເຮືອນ​ສາມຫຼັງ, ພະພຸດທະ​ຮູບ​ເກົ້າອົງ, ຕຳຫຼວດສອງໝວດ, ​ແຫວນ​ສີ່​ວົງ, ​ເປັດ​ນ້ອຍໜຶ່ງຝູງ, ຜ້າ​ຫົ່ມ​ເຈັດ​ຜືນ.
3.  ພະຍາງ​ເປັນ ​ແລະ​ພະຍາງ​ຕາຍ ມີ​ລັກສະນະ​ແນວ​ໃດ? ​ໃຫ້​ເລືອກ​ພະຍາງ​ລຸ່ມ​ນີ້​ໃສ່​ແຕ່​ລັກສະນະ.
ຕາ, ປົວ, ກິນ, ຊຸມ, ​ໂຄງ, ຕັວະ, ​ແລະ, ກົບ, ໝັດ, ​ເປີດ.
4.  ການ​ກຳ​ເນີ​ດ ​ແລະ ຂະຫຍາຍຕົວ​ຂອງ​ວັນນະຄະດີ​ປັດຈຸບັນ​ແບ່ງ​​ເປັນ​ຈັກ​ໄລຍະ?​ໄລຍະ​ໃດ​ແດ່?
-    ບົດ​ວັນນະຄະດີ​ຕໍ່​ໄປ​ນີ້​ແຕ່ງ​ຂື້ນ​ໃນ​ໄລຍະ​ໃດ?
​ເລື່ອງ: ''ພະພຸດທະ​ຮູບ​ສັກສິດ'', ​ເລື່ອງ: ''ສີ​ນ້ອຍ'', ​ເລື່ອງ: ''ກອງພັນ​ທີ​ສອງ'', ​ເລື່ອງ: ''​ເສັ້ນທາງ​ແຫ່ງ​ຊີ​ວິ​ດ'', ​ເພງ: ''ຕໍ່ຕ້ານ'', ບົດ​ລະຄອນ: ''ບາບ​ໄລ່​ເວນ​ທັນ'', ​ເພງ: ''​ແດນ​ແຫ່ງ​ອິດສະຫຼະ'', ​ເລື່ອງ: ''ລູກ​ສາວ​ຂອງ​ພັກ'', ​ເລື່ອງ: ''ຜູ້ຍິງ​ນໍ​ຜູ້​ຍິງ''.
5.  ການ​ປົກ​ປັກ​ຮັກສາ​ວັນນະຄະດີມີ​ຈັກ​ວິທີ?ຄື​ວີ​ທີ​ໃດ​ແດ່​?
II.       ພາກ​ແຕ່ງ.
ຈົ່ງ​ອະທິບາຍ​ແລະ​ພິສູດ ຄຳ​ກອນ​ທີ​ວ່າ:
''ນີ້​ແຫຼະ ​ເພິ່ນ​ວ່າ​ນ້ຳ           ​ເຕັມ​ແຕ່​ປູ​ປາ
       ​ເພິ່ນ​ວ່າ​ນາ           ​ເຕັມ​ແຕ່​ຮ່ວງ​ເຂົ້າ
       ພູ​ເຂົາ​ກ້ວາງ          ຈວງ​ຈັນ​ເປັນ​ປ່າ
       ຫີນ​ສີ​ລາ​ຢູ່​ນ້ຳ          ​ເປັນ​ແກ້ວ​ຄ່າ​ແພງ''
(ຄັດ​ຈາກ ກອນ​ເມືອງ​ລາວ​ສວຍ​ງາມ​ ​ແລະ ຮັ່ງມີ ຂອງ​ທ່ານ​ພູມີ ວົງ​ວິ​ຈິດ)
                               


                         ຄະນະ​ກຳມະການ​ອອກ​ຫົວ​ບົດສອບ​ເສັງ

ຫົວບົດສອບເສັງຈົບຊົ້ນມັດທະຍົມສືກສາຕອນປາຍປມ7)ເອກະພາບທົ່ວປະເທດ ວິຊາຄະນິດສາດ ສົກຮຽນ2010-2011


ຫົວ​ບົດສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ສື​ກສາ​ຕອນ​ປາຍ(ມ7)
             ​ເອກະ​ພາບ​ທົ່ວ​ປະ​ເທດ ສົກຮຽນ​2010-2011 

 
               ວິຊາ: ຟີ​ຊິກ​ສາດ                                         ​ເວລາ:90ນາທີ



1.  ​ເນື້ອ​ໃນ​ກົດ​ເກນ​ທີ2 ຂອງ​ນີວ​ເຕີນ​ມີ​ຄື​ແນວ​ໃດ? ຂຽນ​ແບບ​ຕັງຄິດ​ໄລ່​ແລະ​ບອກ​ປະລິມານ​ຟິຊິກ​ຕ່າງໆພ້ອມ​ທັງ​ຫົວໜ່ວຍ.
2.  ມີ​ສອງ​ວັດຖຸ​ທີ່​ມີ​ມວນ​ສານm1​ແລະm2​ໄດ້​ມັດຕໍ​ໃສ່​ກັນ​ດ້ວຍ​ສາຍ​ເຊືອກ​ທີ່​ບໍຫົດ​ຢືດ,ມວນ​ສານ​ມີໜ້ອຍບໍ່ພໍ​ນັບ ​ແລະ​ບໍ່​ມີ​ຄວາມ​ແຮງ​ຮຸກ​ຖູ, ຖ້າ​ເພີ່ນ​ດືງວັດຖຸ​ທີໜື່ງດ້ວຍ​ຄວາມ​ແຮງF​ໄປ​ຕາມ​ທາງ​ນອນ​ດັ່ງ​ຮູບ​.
ກ. ຈົ່ງ​ສະ​ແດງ​ເວັກ​ເຕີ​ຄວາມ​ແຮງ​ຕ່າງ​ທີ່​ກະທົບ​ໃສ່​ວັດຖຸ​ຢູ່​ໃນ​ຮູບ.



              ຂ.  ຖ້າ m1= 2kg, m2= 3kg ​ແລະ F=10N, ຈົ່ງ​ຄິດໄລ່:               ຄວາມ​ເລັ່ງ ​ແລະ​ຄວາມ​ແຮງ​   ເຄັ່ງ​ຂອງ​ເຊືອກ.
 3.  ​ເມັດ​ວັດຖຸໜື່ງສັ່ນ​ໄກວ​ກົມກຽວຕາມ​ຕຳລາ​ຊີ​ນ(sin)ດ້ວຍ​ໄລຍະ​ປ່ຽນ​20cm, ຄວາມ​ຖີ່5Hz ​ແລະ ຟາ​ເລີ້ມຕົ້ນຂອງ​ການ​ສັນ​ໄກວ​ເທົ່າ​ສູນ.(sin =1;cos =0).ຈົ່ງ​ຄິດ​ໄລ່:
ກ. ​ເວລາ​ຮອບ​ວຽນ(T) ​ແລະ​ຄວາມ​ຖີ່​ມູມ(w)ຂອງ​ການ​ສັ່ນ​ໄກວ.
                   ຂ. ຂຽນ​ສົມ​ຜົນ​ໄລຍະ​ເຄື່ອນ​ຍ້າຍ​ແລະ​ຄວາມ​ໄວ​ມີຄ່າ​ເທົ່າ​ໃ
             4. ​ໄຟຟ້າ​ບັນຈຸ​ສອງ​ເມັດ​ຊະນິດ​ດຽວ​ກັນ​ແລະ​ມີ​ຂະໜາດ​ເທົ່າ​ກັນ​ເທົ່າ​ກັບ 4.10-6Cວ່າງຫ່າງ​ກັນ4cm​ໃນ​ອາກາດ. ຈົ່ງ​ຄິດ​ໄລ່: ຄວາມ​ແຮງ​ກະທົບ​ລະ​ຫ່ວາງ​ສອງ​ເມັດ​ໄຟຟບັນຈຸ​ນີ້.ຄວາມ​ແຮງ​ກະທົບ​ນີ້​ແມ່ນ​ຄວາມ​ແຮງ​ເທົ່າ​ໃດ?​ແຕ້ມ​ຮູບ​ເວັກ​ເຕີ​ຄວາມ​               ແຮງ​ພ້ອມ.
                              




                                                ຄະນະ​ກຳມະການ​ອອກ​ຫົວ​ບົດ​ສອບ​ເສັງ

Friday, April 27, 2012

ຄຳຖາມສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ວິຊາພາສາລາວ-ວັນນະຄະດີ ສົກຮຽນ 2010-2011


ຄຳຖາມສອບເສັງເຂົ້າມະຫາວິທະຍາໄລ ວິຊາພາສາລາວ ສົກຮຽນ2010-2011
​     (ແຕ່ລະຄຳຖາມມີ4​ຄຳຕອບ(A,B,C,D)​ໃຫ້ເລືອກເອົາ1​ໃນ4​ຄຳຕອບໃດໜື່ງທີ່ເຫັນວ່າຖືກຕ້ອງ.)
1.  ພາກສ່ວນຫຼັກຂອງປະໂຫຍໂດ້ວຍທົ່ວໄປແລ້ວ ມີຈັກພາກສ່ວນ?
. 5 ພາກສ່ວນ      . 4 ພາກສ່ວນ     . 2 ພາກສ່ວນ         . 3 ພາກສ່ວນ
2. ຄຳສັບລຸ່ມນີ້ກຸ່ມໃດເຫັນວ່າຂຽນຖືກຕ້ອງ?
. ສີນລະປະ,ອຸປະກອນ,​ເທດສະການ            . ກາຍະກຳ,ກາມະໂລກ,ກິຕິມະສັກ
. ​ເທສະໜາ,ຄຸນນະພາ,ຄາດຕະກຳ            . ກາຍະສີນ,ສາຕະເພດ,ວິສະວະກຳ
3. ການ​ຟັງ ອາຈານ​ສອນ​ໃນ​ເວລາ​ຮຽນ ຈະ​ຟັງ​ເພື່ອ​ຈຸດປະສົງ​​ໃດ?
ກ. ຟັງ​ເພື່ອ​ຄວາມ​ຮູ້                      ຂ. ຟັງ​ເພື່ອ​ຄວາມ​ຊາບ​ຊື່​ງ ​ແລະ ​ເພີດ​ເພີນ
ຄ. ຟັງ​ເພື່ອ​ເສີມ​ສ້າງ​ຈີນ​ຕະນາ​ການ           ງ. ຟັງ​ເພື່ອ​ພັດທະນາ​ຕົນ​ເອງ
4. ຄຸນສົມບັດ​ຂອງ​ນັກ​ໂຕ້​ວ່າ​ທີ​ມີ​ຄື?
ກ. ມີ​ພື້ນຖານ​ຄວາມ​ຮູ້​ດີ,ມີ​ຄວາມ​ຮູ້​ຮອບ​ຕົວ​ກວ້າງຂວາງ,ຮູ້​ໃຊ້​ຄຳ​ເວົ້າ​ແລະ​ຮູ້​ໃຊ້​ນຳ​ສຽງ​ໃນ​ການ​ເວົ້າ.
ຂ. ມີ​ພື້ນຖານ​ຄວາມ​ຮູ້​ດີ,ມີ​ຄວາມ​ຮູ້​ຮອບ​ຕັວກ້ວາງ​ຂວາງ,ຮູ້​ໃຊ້​ຄຳ​ເວົ້າ​ແລະ​ສະ​ແດງ​ທ່າ​ທີ​ປະກອບ​ຄຳ​ເວົ້າກ
ຄ. ມີ​ຄວາມ​ຮູ້​ພື້ນຖານ​ດີ,ມີ​ຄວາມ​ຮູ້​ຮອບ​ຕົວ​ກ້ວາງ​ຂວາງ,ຮູ້​ໃຊ້​ຄຳ​ເວົ້າ,ຮູ້​ໃຊ້​ນ້ຳສຽງ​ໃນ​ການ​ເວົ້າ​ແລະ​ຮູ້ຈັກ​ສະ​ແດງ ທ່າ​ທີປະກອບ​ໃນ​ການ​ເວົ້າ.
ງ. ມີ​ພື້ນຖານ​ຄວາມ​ຮູ້​ດີ,ຮູ້​ໃຊ້​ຄຳ​ເວົ້າ​ແລະ​ຮູ້​ໃຊ້​ນຳ້​ສຽງ​ໃນ​ການ​ເວົ້າ.
5. ວັນນະຄະດີ​ຄຳ​ສອນ ມີ​ເນື້ອ​ໃນ​ເວົ້າ​ເຖີງຫັຍ​ງ?
ກ. ສອນ​ໃຫ້​ຄົນ​ງົດ​ເວັ້ນ ບໍ່​ເຮັດ​ຕາມ​ການ​ກະທຳ​ທີບໍ່ດີ.
ຂ. ສອນ​ໃຫ້​ຄົນ​ປະຕິບັດ​ຕາມ​ສີ່​ງທີ​ດີ​ແລະ​ງົດ​ເວັ້ນບໍ​ເຮັດ​ສີ່​ງທີ​ບໍ່​ດີ.
ຄ. ສອນ​ໃຫ້​ຄົນ​ປະ​ຕິ​ບັດ​ຕາມລັກ​ພະ​ພຸດທະສາສະນາ.
ງ. ສອນ​ໃຫ້​ຄົນ​ມີ​ຄວາມເມດ​ຕາຊ່ວຍ​ເຫຼືອຜູ້​ອື່ນ.
6. ນັກ​ຂຽນ​ສັດຈະ​ທັດ​ວິຈານ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ແມ່ນ​ທ່ານ​ໃດ?
ກ. ມາກ​ຊິ​ມ ກັອກ​ກີ້       ຂ. ​ໂອ​ໂນ​ເຣ​ເດີ​ບານ​ຊັກ    ຄ. ວີກ​ຕໍຣຸຍ​ໂກ   ງ. ກະ​ວະ​ບະ​ຕະ
7. ການ​ນຳ​ໃຊ້​ພາສາ​ເວົ້າຕ້ອງ​ປະກອບ​ມີ​ຈັກມາດຖານ?
ກ. 4 ມາດຖານ     ຂ. 6 ມາດຖານ       ຄ. 5 ມາດຖານ     ​ງ. ​3 ມາດຖານ
8. ''​ເຈົ້າທັງລາຍ​ຈົ່ງ​ຮັກສາ​ບ້ານ​ເມືອງ ຢ່າ​ໃຫ້​ມີ​ຂ້າ​ລັກ​ຄົນ​ໂຈນແລະ​ຢ່​ໄດ້​ຂ້າ​ຟັນ​ກັນ''ແມ່ນ​ຄຳ​ເວົ້າຂອງ​ກະສັດ​ອົງ​ໃດ?

ກ. ​ເຈົ້າຂັດຕິຍະ​ວົງສາ       ຂ. ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິລາດ    ຄ. ​ເຈົ້າ​ຟ້າ​ງຸ່ມ      ງ. ​ເຈົາສິລິ​ບຸນ​ຍະ​ສານ
9. ສຸພາສິດ​ທິວ່າ''ກົບ​ຕາຍ​ຍ້ອນ​ປາກ ຄັນຄາກ​ຕາຍ​ຍ້ອນ​ສຽງ''ມີ​ເນື້ອ​ໃນ​ເວົ້າ​ເຖີງຫັຍ​ງ?
ກ. ຄວາມ​ອວດອົ່ງ​ທະ​ນົງ​ຕົວ                      ຂ. ຄວາມ​ສຳຄັນ​ຂອງ​ການ​ເວົ້າ
ຄ. ຄວາມ​ເວົ້າ​ເພື່ອ​ຕົນ​ເອງ                        ງ. ຄວາມ​ເວົ້າ​ເຫັນ​ແກ່​ຕົວ
10. ຂໍ້​ໃດ​ແມ່ນ​ການ​ເຝິກ​ທັກ​ສະ​ຕົນ​ເອງ​ໃຫ້​ເປັນ​ນັດ​ອ່ານ​ທີ​ດີ?
ກ. ອ່ານ​ປື້ມທຸກ​ສະ​ນິດ​ເທົ່າ​ທີ​ມີ​ເວລາ ​ແລະ ມີ​ໂອກາດ ຈົນ​ເກີດ​ເປັນ​ຈິດ​ຈະ​ວັດ.
ຂ. ຄວນ​ອ່ານ​ແຕ່​ເນື້ອ​ໃນ​ຂອງ​ເລື່ອງ​ເທົ່າ​ນັ້ນ
ຄ. ​ເລືອກ​ອ່ານ​ປື້ມທີ​ຕົນ​ເອງ​ມັກ​ແລ​ະສົນ​ໃຈ.
ງ. ອ່ານ​ໃຫ້​ມີ​ສຽງ​ດັ່ງ​ທີ​ສຸດ​ເພື່ອ​ຄວາມ​ຈື່ຈຳ.
11. ''ຄູ​ໃຫ້​ນັກຮຽນ​ຂຽນໜັງສື''ປະ​ໂຫຍ​ກນີ້​ແມ່ນ​ປະ​ໂຫຍ​ກຫັຍ​ງ?
ກ. ປະ​ໂຫຍ​ກອ້ອມ      ຂ. ປະ​ໂຫຍ​ກປີ້ນ         ຄ. ປະ​ໂຫຍ​ກຮັບ      ງ. ປະ​ໂຫຍ​ກກົງ
12. ພາສາ​ເວົ້າ​ແມ່ນ​ພາສາ​ແນວ​ໃດ?
ກ. ພາສາ​ເວົ້າ​ແມ່ນ​ພາສາ​ແນວ​ໃດ?ພາສາ​ເວົ້າ​ແມ່ນ​ພາສາ​ທີ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ສື່​ຄວາມ​ຄິດ​ຄວາມ​ເຂົາ​ໃຈ​ແບບ​ບໍ່​ເປັນ​ໄປ​ຕາມຫຼັກພາສາ​ທຸກ​ປະການ.
ຂ. ພາສາ​ເວົາ​ແມ່ນ​ພາສາ​ທີ່​ຄົນ​ພາຍ​ໃນ​ຊາດ​ຮັບ​ຮູ້​ແລະ​ຖື​ວ່າ​ເປັນ​ພາສາ​ແຫ່ງ​ຊາດ.
ຄ. ພາສາ​ເວົ້າ​ແມ່​ພາສາ​ທີ​ຄົນ​ພາຍ​ໃນ​ຊາດ​ຕ້ອງການ​ປະຕິບັດ​ຕາມລັກ​ການ​ຢ່າງ​ເຄັ່ງ​ຄັດ.
ງ. ພາສາ​ເວົາ​ແມ່ນ​ພາສາ​ທີ່​ໃຊ້​ສຽງ​ຂື້ນ,ສຽງ​ລົງ​ແລະ​ແກ່​ສຽງ.
13. ການ​ວີ​ເຄາະ​ບົດ​ປະ​ພັນ​ວັນນະຄະດີ​ສາມາດ​ເຮັດ​ໄດ້​ຈັກ​ວິທີ?
ກ. 3 ວິທີ         ຂ. 2 ວິທີ         ຄ. 4 ວິທີ           ງ. 5 ວິທີ
14. ຄຳ​ວາ​ມະຫາວິທະຍາ​ໄລ​ແມ່ນ​:
ກ. ປະ​ໂຫຍ​ກ            ຂ. ວະລີ         ຄ. ຄຳ​ວິ​ເສດ          ງ. ຄຳ​ແທນນາມ
15. ບົດ​ກອນ ''ຄ້ານ​ຮຽນ''​ແມ່ນ​ຜົນງານ​ປະດິດ​ແຕ່ງ​ຂອງ​ທ່ານ​ໃດ?
ກ. ທ່ານ ທອງຄຳ ອ່ອນ​ມະນີ​ສອນ           ຂ. ທ່ານ ຈັນ​ທີ ​ເດືອນ​ສະຫັວນ
ຄ. ທ່ານ ບົວ​ແກ້ວ ຈະ​ເລີ​ນລັງສີ             ງ. ທ່ານ ​ໂອ​ທອງ ຄຳ​ອີນຊູ
16. ຂ້ອຍ​ຂຽນໜັງ​ສື;ພວກ​ເຮົາຮຽນ​ໜັງສື;​ເພີ່ນ​ບໍ່ມາ ຄຳ​ທີ​ຂິດ​ກ້ອງ​ແມ່ນ​ຄຳ​ເວົ້າທີ​ຈັດ​ຢູ່​ໃນ​ປະ​ເພດ​ຄຳ​ເວົ້າ​ໃດ?​ແລະ​ເຮັດໜ້າທີ​ຫຍັງໃນ​ປະ​ໂຫຍ​ກ?
ກ. ປະ​ເພດ​ຄຳ​ກຳມະ,​ເຮັດໜ້າທີ​ສະ​ແດງ​ອາການ​​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຄຳ​ແທ່ນ​ນາມ
ຂ. ປະ​ເພດຄຳ​ຄຸນ​ນາມ,​ເຮັດ​ໜ້າ​ທີ​ຂະຫຍາຍ​ຄຳ​ກຳມະ
ຄ. ປະ​ເພດ​ຄຳ​ແທນ​ນາມ,​ເຮັດໜ້າທີ​ໂຕ​ຕັ້ງ​ໃນ​ປະ​ໂຫຍ​ກ
ງ. ປະ​ເພດ​ຄຳ​ນາມ,​ເຮັດໜ້າທີ ​ເປັນ​ຕົວ​ຕັງ​ໃນ​ປະ​ໂຫຍ​ກ
17. ອານາຈັກ​ລາວ​ລ້ານ​ຊ້າງ​ກຳ​ເນີ​ດຂືນ​ໃນ ຄສ ​ໃດ?
ກ. ປີ ຄສ 1357      ຂ. ປີ ຄສ 1353     ຄ. ປີ ຄສ 1360       ງ. ປີ ຄສ 1345
16. ການສະ​ແດງ​ທ່າ​ທີ​ປະກອບ​ການ​ເວົ້າມີ​ຫັຍ​ງ​ແດ່?
ກ. ການ​ໃຊ້​ຫົວ,ການສະ​ແດງ​ສີໜ້າ
ຂ. ການ​ໃຊ້​ຫົວ,ການສະ​ແດງ​ສີໜ້າ,ການວາງ​ຕົວ
ຄ. ການສະ​ແດງ​ສີໜ້າ,ການ​ໃຊ້​ສາຍຕາ
ງ. ການ​ໃຊ້​ຫົວ,ການສະ​ແດງ​ສີໜ້າ,ການວາງ​ຕົວ​ແລະ​ກາຍ​ໃຊ້​ສາຍຕາ
19. ການ​ຟັງ​ໂດຍ​ຄົ້ນຄິດ ພິຈາລະນາ ປະກອບ​ດ້ວຍ 3 ປະການ​ຄື:
ກ. ການ​ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ,ການ​ຟັງ​ທີ​ສາມາດ​ຈັບ​ໃຈຄວາມ​ແລະ​ຫາ​ຂໍ້ສະຫຼຸບ​​ໄດ້
ຂ. ການ​ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ,ສາມາດ​ຕີ​ຄວາມໝາຍ​ແລະ​ການ​ຟັງ​ດ້ວຍ​ການ​ວິນິດ​ສານ​ປະ​ເມີນ​ຄ່າ
ຄ.ການ​ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ,ການ​ຟັງ​ຢ່າງ​ມີ​ພິຈາລະນາ​ແລະ​ການ​ຟັງ​ດ້ວຍ​ການ​ວິນິດ​ສານ​ປະ​ເມີນ​ຄ່າ
ງ. ຫາ​ຂໍ້​ສະຫຼຸບ,ຕີ​ລາ​ຄ່າ​ແລະ​ປະ​ເມີນ​ຄ່າ
20. ຄຳ​ວ່າ: ການ​ທຳ​ຄວາມ​ດີ ໝາຍ​ເຖີງຄຳ​ນາມມວດ​ໃດ?
ກ. ສາມັນ​ນາມ    ຂ. ວິສາມັນ​ນາມ      ຄ. ອາການ​ນາມ   ງກ ລັກສະນະ​ນາມ
21. ​ໃຈຄວາມ​ຂອງ​ປະ​ໂຫຍ​ກໝາຍ​ເຖີງ:
ກ. ຈຸດ​ສຳຄັນ​ຂອງ​ປະ​ໂຫຍ​ກ
ຂ. ຄຳ​ຂຳະຫຍາ​ຍຊ່ວຍ​ຂະຫຍາຍ​ຄຳ​ຕົວ​ຕັ້ງ,ຄຳ​ນາມ,ຄຳ​ປຳກອບ​ໃຫ້​ແຈ້ງ​ຂື້ນ
ຄ.ຄຳ​ປະກອບ​ທີ​ເພີ່ມ​ເຂົ້າຂ້າງຫຼັງຂອງ​ຄຳ​ກຳມະ​ຂາດ​ເພື່ອ​ໃຫ້​ໄດ້​ຄວາມມາຍ​ຄົບ​ຖ້ວນ.
ງ. ພາ​ກສ່ວນ​ຄຳ​ກຳມະ​ເຮັດໜ້າທີ​ສະ​ແດງ​ການ​ເຄື່ອນ​ໄຫວ​ຂອງ​ຄຳ​ຕົວ​ຕັ້ງ
22. ວັນນະຄະດີ​ຄຳ​ສອນ ມີ​ຄຸນຄ່າ​ແນວ​ໃດ?
ກ. ຄຸນຄ່າ​ດ້ານ​ພາສາ
ຂ. ດ້ນສື​ກສາ,​ແນວ​ຄິຄຸນສົມບັດ ​ແລະ​ພາສາ
ຄ. ດ້ານ​ການ​ສື​ກສາ​ແນວ​ຄິດ,ຄຸນສົມບັດ​ແລະ​ວິທີ​ການ​ດຳ​ເນີນ​ຊີວິດ
ງ. ມີ​ຄຸນຄ່າ​ດ້ານ​ຮິດຄອງ​ປະ​ເພນີ ​ແລະ​ວິທີ​ການ​ດຳ​ເນີນ​ຊີວິດ
23. ​ເລືອ​ງ: ²ສົງຄາມແລະສັນຕິພາບ²ແມ່ນຜົນງານການປະດິດແຕ່ງຂອງທ່ານໃດ​?
. ມາກຊິມ ກັອກກີ້    . ​ໂອໂນເຣເດີບານຊັກ     . ​ແລບໂຕນສະໂຕຍ   . ວີນລຽມເຊັກສະເປຍ
24. ²ແມ່ໃຫ້ລູກໜື່ງເຂົ້າ²ແມ່ປະໂຫຍກຫັຍ?
. ປະໂຫຍກກຸ້ມຕົວ    . ປະໂຫຍກຮັບ    . ປະໂຫຍກບໍ່ກຸ້ມຕົວ  . ປະໂຫຍກອ້ອມ
25. ລັກສະນະຄຳໃນກອນລາວມີຈັກປະເພດ?
. 3 ປະເພດ            . 2 ປະເພດ       . 4 ປະເພດ         . 5 ປະເພດ
26. ຖ້າເຈົ້າຢາກເປັນຜູ້ສົນທະນາທີດີ ຄວນຈະເຮັດແນວໃດ?
. ​ໃຫ້ຄູ່ສົນທະນາເວົ້າທັງໝົດ,​ເຮົາຕັ້ງໃຈຟັງ,ສະແດງກິລິຍາຕອບສະໝອງແລະບໍ່ປຽນເລືອງລົມເລື້ອຍໆ
. ຂ້ອຍຈະໃຫ້ຄູ່ສົນທະນາເວົ້າໜ້ອຍກ່ວາ,ຕັ້ງໃຈຟັງ,ບໍ່ເວົ້າຂັວນຄົນອື່ນແລະບໍ່ປຽນເລືອເວົ້າເລື້ອຍໆ
. ​ໃຫ້ຄູ່ສົນທະນາເວົ້າຫຼາຍກວ່າ,ຕັ້ງໃຈຟັງ,ບໍ່ເວົາຂັວນຄົນອື່ນ,ບໍ່ປຽນເລືອເວົ້າເລື້ອຍໆ
. ​ໃຫ້ຄູ່ສົນທະນາເວົ້າເທົ່າກັບເຮົາ,ຕັ້ງໃຈຟັງ,ບໍ່ເວົ້າຂັວນຄົນອື່ນແລະບໍ່ປຽນເລືອເວົ້າເລື້ອຍໆ
27. ດ້ວຍເຫດໃດ ຈື່ງມັກສຽງຜິດໃນຄຳທີ່ໄດ້ເຄົ້າຈາກພາສາຕ່າງປະເທດທີມີຫຼາຍພະຍາງ?
. ຍ້ອນລັກສະນະການຜັນສຽງ          . ຍ້ອນມັນຕ່າງກັບລັກສະນະພາສາລາວ
. ຍ້ອນມັນມີລັກສະນະຫຼາຍພະຍາງ      . ຍ້ອນລັກສະນະການປະກອບສ້າງສັບ
28. ສົນທິແມ່ນຫັຍ?
. ການປະກອບຄຳ                  . ​ແມ່ນການຫຍໍ້ຄຳ
. ​ແມ່ນການປະສົມຄຳ               . ​ແມ່ນການຕໍ່ຫຼືເຊື່ອມຄຳ
29. ປະໂຫຍກສາມພາກສ່ວນແມ່ນປະໂຫຍແນວໃດ?
. ​ແມ່ນປະໂຫຍກທີບໍ່ມີຄຳປະກອບ
. ແມ່ນປະໂຫຍກທີມີຄຳຕົວຕັ້ງ,ຄຳກຳມະຂາດແລະ ຄຳປະກອບ
. ​ແມ່ນປະໂຫຍກທີມີຄຳຕົວຕັ້ງ,ຄຳກຳມະຄົບແລະຂະຫຍາຍ
. ​ແມ່ນປະໂຫຍກທີ່ມີສາມພະຍາງ
30. ການນຳເອົາ ຄຳເວົ້າຂອງພາສາບາລີ-ສັນທະກິດ ຕັ້ງແຕ່ສອງຄຳຂື້ນໄປມາ ປະສົມເຂົ້າກັນເປັນຄຳດຽວໂດຍບໍ່ມີການປ່ຽນແປງສະຫຼະແລະແປງພະຍັນສະນະໃນເວລາຕໍ່ຄຳແມ່ນ:
. ຄົນສົນທິ         . ຄຳຕັດທິດ            . ຄຳສະໝາດ        . ຄຳປະສົມ
31. ອົງປະກອບຂອງຄຳມີຄື:
. ຄຳສັບແລະຄວາມໝາຍ                   . ສຽງແລະຄວາມໝາຍ
. ສະຫຼະແລະພະຍັນສະນະ                 . ສັນຍາລັກແລະຄວາມໝາຍ
32. ​ໃນບັນດາບົດວັນນະຄະດີລຸ່ມນີ້ ບົດໃດໄດ້ກຳເນີດຂື້ນໃນສະໄໝອານາຈັກລາວລ້ານຊ້າງເສຍເອກະລາດ?
. ຈັນທະພານິດ         . ສານລືບພະສູນ       . ສັງສີນໄຊ     . ຂຸນລູ-ນາງອົ້ວ
33. ອັກສອນສູງແລະອັນສອນຕໍ່າປະກອບກັບສຽງສະຫຼະສຽງສັ້ນຫຼືຍາວແລະຕົວສະກົດຕາຍ ສາມາດຜັນສຽງໄປຕາມວັນນະຍຸດໄດ້ຈັກໄມ້?
. ຜັນໄດ້ 2 ​ໄມ້ຄື: ​ໄມ້ເອກແລະໄມ້ໂທ               . ຜັນໄດ້​ 1 ໄມ້ຄື: ​ໄມ້ເອກ
. ຜັນໄດ້ທຸກໄມ້                                . ຜັນບໍ່ໄດ້ຈັກໄມ້
34. ​ເຄື່ອງໝາຍທີ່ນຳໃຊ້ ຢູ່ໃນພາສາລາວມີຈັກເຄື່ອງໝາຍ?
. 10 ​ເຄື່ອງໝາຍ    . 16 ​ເຄື່ອງໝາຍ         . 12 ​ເຄື່ອງໝາຍ       14 ​ເຄື່ອງໝາຍ
35. ການສຳພັດຄຽງໝາຍເຖີງ:
. ສະຫຼະຮຽງກັນສະຫຼະລະ 2​ ຄຳ
. ສະຫຼະດຽວກັນຮຽງກັນຢູ່ 2 ຄຳໃນວັກດຽວກັນ.
. ສະຫຼະດຽວກັນສຳພັດກັນເອງໂດງມີສະຫຼະອື່ນຂັ້ນໄວ້ໜື່ງຄໍາ
. ສະຫຼະດຽວກັນຮຽງກັນ 3 ຄຳໃນວັກດຽວກັນ
36. ບັນດາຄຳໃນພາສາລາວນັ້ນຈໍາແນຮກອອກເປັນຈັກຢ່າງ? ຄືຢ່າງໃດແດ່?
. 3 ຢ່າງຄື: ຄຳເປັນ,ຄຳຕາຍແລະຄຳເຄົ້າ
. 2 ຢ່າງຄື: ຄ້ຳເຄົ້າແລະຄຳປະສົມ
. 5 ຢ່າງຄື: ຄຳນາມ,ຄຳແທນນາມ,ຄຳກຳມະ,ຄຳເຊື່ອມແລະຄຳຕໍ່
. 4 ຢ່າງຄື: ຄຳເຄົ້າ,ຄຳປະສົມ,ຄຳສະໝາດແລະຄຳສົນທິ
37. ​ເພີ່ນສັນນິຖານວ່າ: ສານລືບພະສູນແມ່ນໃຜເປັນຜູ້ແຕ່ງ?
. ​ເຈົ້າຊາຍອົງເວ້        . ​ເຈົ້ານ້ອຍເມືອງພວນ     . ທ້າວ ປາງຄຳ    . ​ເຈົ້າອານຸວົງ
38. ວັນນະຄະດີຄຳສອນໃຫ້ຄຸນຄ່າແກ່ພວກເຮົາດ້ານໃດແດ່?
. ດ້ານການສືກສາອົບຮົມຄຸນສົມບັດແລະດ້ານແນວຄິດສັງຄົມ
. ດ້ານການສືກສາອົບຮົມຄຸນສົມບັດແລະດ້ານຮິດຄອງປະເພນີ
. ດ້ານການສືກສາອົບຮົມຄຸນສົມບັດແລະດ້ານສາດສະໜາ
. ດ້ານການສືກສາອົບຮົມຄຸນສົມບັດແລະດ້ານພາສາ
39. ²ໃຫ້ພວກເຮົາເຮັດວຽກເພື່ອປະເທດຊາດ²ແມ່ນປະໂຫຍກຫັຍ?
. ປະໂຫຍດບົ່ງການ     . ປະໂຫຍກປະສົມ     . ປະໂຫຍກກຸ້ມຕົວ    . ປະໂຫຍກກົງ
40. ຈັ່ງຫວະຂອງການເວົ້າຄວນຄຳນືງເຖີງບັນຫາໃດແດ່?
. ​ໂຄ້ງສ້າງຂອງປະໂຫຍ                 . ​ເຄື່ອງໝາຍວັກຕອນ
. ວິທີການເວົ້າ                          . ຜູ້ຟັງ