Saturday, April 21, 2012

ຄຳຖາມສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ວິຊາພູມສາດ ສົກຮຽນ2010-2011


           ຄຳ​ຖາມ​ສອບ​ເສັງ​ ​ເຂົ້າມະຫາ​ໄລ​ແຫ່ງ​ຊາດ(ມຊ) ວິຊາ ພູມ​ສາດສົກຮຽນ​2010-2011

                   (​ແຕ່ລະ​ຄຳ​ຖາມ​ມີ4ຄຳ​ຕອບ​(A,B,C,D)​ໃຫ້​ເລືອກ​ເອົາ1​ໃນ​4ຄຳ​ຕອບ​​ໃດໜື່ງທີ​ເຫັນ​ວ່າ​ຖືກຕ້ອງ.)

1.  ອົງການ​ຂອງ​ປະ​ເທດ​ທີ​ຜະລິດ​ນ້ຳມັນ​ເພື່ອ​ການ​ສົ່ງ​ອອກ​ມີ​ຊື່​ຫຍໍ້​ວ່າ​ແນວ​ໃດ?
ກ. OAPEC         ຂ. WTO          ຄ. ADB        ງ. OPEC
2. ​ເຂດ​ພາກ​ໃຕ້​ຂອງ​ລາວ​ເປັ​ນ​ເຂດ​ທີ່​ປະກອບ​ດ້ວຍ​ພູ​ພຽງ​ຫຼາຍ​ແຫ່ງ,​ໃນ​ນັ້ນພູ​ພຽງ​ທີ​ກ້ວາງ​ໃຫ່ຍ​ແລະ​ເປັນ​ທີ່​ຮູ້​ກັນ​ໄດ້​ແກ່:
ກ. ພູ​ພຽງ​ກະ​ລືມ      ຂ. ພູ​ພຽງ​ກະ​ເສ​ງ    ຄ. ພູ​ພຽງ​ບໍລະ​ເວນ    ງ. ພູ​ພຽງ​ຕະ​ໂອ້​ຍ
3. ​ໃນ​ປັດຈຸບັນ​ບັນດາ​ປະ​ເທດ​ທີ​ພັດທະນາ​ແລ້ວ​ມີ​ຄວາມ​ສົນ​ໃຈ​ຕໍ່​ປະ​ເທດ​ທີ່​ກຳລັງ​ພັດທະນາ​ໃນ​ດ້ານ​ໃດ​ເປັນຕົ້ນຕໍ່:
ກ. ດ້ານ​ການ​ທະຫານ                        ຂ. ດ້ານ​ການ​ເມືອງ
ຄ. ດ້ານ​ການ​ພັດທະນາ                       ງ. ດ້ານ​ທີ່​ຕັ້ງຍຸດ​ທະ​ສາດ​ແລະ​ດ້ານ​ເສດຖະກິດ
4. ຈຸດ​ໃຕ້​ສຸດ​ຂອງ​ປະ​ເທດ​ລາວ​ແມ່ນ:
ກ. ບ້ານ​ຂີ້ນາກ ​ແຂວງ​ເຊ​ກອງ                   ຂ. ບ້ານ​ເວີນ​ຄາມ ​ແຂວງ​ຈຳປາ​ສັກ
ຄ. ບ້ານ​ເວີນຄາມ ​ແຂວງ​ອັດ​ຕະປື                 ງ. ບ້ານ​ຂີ້ນາກ ​ແຂວງ​ຈຳປາ​ສັກ
5. ຊົນ​ເຜົ່າ​ພື້ນ​ເມືອງ​ຂອງ​ປະ​ເທດ​ອົດ​ສະ​ຕາ​ລີ​ແມ່ນ​ເ
ກ. ອາ​ໂບຣີຈີນ         ຂ. ມອນ-ຂະ​ແມ      ຄ. ມາຍາ           ງ. ອີນ​ເດຍ​ແດງ
6. ​ເມືອງ​ໄກສອນ​ແຂວງ​ສະຫັວນນາ​ເຂດ​ມີ​ຊື່​ເກົ່າ​ວ່າ​ແນວ​ໃດ?
ກ. ​ເມືອງ​ໄຊ​ພູ​ທອງ      ຂ. ​ເມືອງຄັນທະ​ບູລີ      ຄ. ​ເມືອງທ່າ​ປາງ​ທອງ  ງ. ​ເມືອງ​ຈັນທະ​ບູລີ
7. ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ມີ​ຄວາມ​ຕ້ອງການ​ດ້ານ​ໃດ​ຈາກ​ປະ​ເທດ​ທີ​ກຳພັດທະນາ?
ກ. ຕ້ອງການ​ອຸປະກອນ​ຮັບ​ໃຊ້                ຂ. ຕ້ອງການ​ແລກປ່ຽນ​ບົດຮຽນ
ຄ. ຕ້ອງການ​ພົວພັນ​ເຊີ່ງ​ກັນ​ແລະ​ກັນ            ງ. ຕ້ອງການ​ວັດຖຸດີບ​ແລະ​ກຳລັງ​ແຮງ​ງານ
8. ສະມາ​ຊີກສະພາ​ແຫ່ງ​ຊາດ​ມີ​ວາລະໜື່ງຈັກ​ປີ?
ກ. 5ປີ               ຂ. 3ປີ          ຄ. 4ປີ           ງ. 6ປີ
9. ​ແມ່ນຳອາ​ມາ​ໂຊນເປັນ​ແມ່ນຳທີ​ໃຫ່ຍກວ່າໝູ່​ໃນ​ໂລກຊື່​ງມີ​ທີ​ຕັ້ງຢູ່​ປະ​ເທດ​ໃດ?
ກ. ປະ​ເທດ​ແມັກ​ຊີກ​ໂກ    ຂ. ປະ​ເທດ​ປາ​ລາກ​ວາຍ    ຄ. ປະ​ເທດ​ເບ​ຣຊີ​ນ   ງ. ປະ​ເທດ​ກາ​ນາ​ດາ
10. ຂໍ້​ໃດ​ແມ່ນ​ບັນຫາ​ຂອງ​ປະ​ເທດ​ທີ​ພັດ​ທະນາ​ແລ້ວ?
ກ. ປະຊາກອນລາຍ​ອາຫານ​ບໍ່ພຽງພໍ
ຂ. ຄວາມ​ຈະ​ເລີ​ນ​ເຮັດ​ໃຫ້​ຄົນ​ມີ​ອາຍຸ​ສັ້ນ
ຄ. ຄົນ​ອາຍຸ​ສູງ​ມີ​ຈຳນວນຫຼາຍ​ເຮັດ​ໃຫ້​ຂາດ​​ເຂີນ​ແຮງ​ງານ
ງ.  ຖືກໝົດທຸກ​ຂໍ້
11. ກອງ​ປະຊຸມ​ທີ່​ເອີ້ນວ່າ​ອາ​ຊຽນ+3 ​ແມ່ນ​ບັນ​ດາ​ປະ​ເທດ​ອາ​ຊຽນປະຊຸມ​ຮ່ວມ​ກັບປະ​ເທດ​ໃດ​?
ກ. ຈີນ, ອີນ​ເດຍ​ ແລະ​ ອາ​ເມ​ລິ​ກາ           ຂ. ຈີນ, ຍີ່ປຸ່ນ ​ແລະ ​ເກົາຫຼີ​ໃຕ້
ຄ. ຈີນ, ອີນ​ເດຍ ​ແລະ​ ຍີ່ປຸ່ນ               ງ. ຈີນ, ລັດ​ເຊຍ ​ແລະ​ ລາວ
12. ​ໄລຍະ​ການ​ປ່ຽນ​ແປງ​ໃໝ່(ຈີນ​ຕະນາ​ການ​ໃໝ່)ທາງ​ດ້ານ​ເສດຖະກິດ​ລາວ​ແມ່ນ​ໄລຍະ​ໃດ?
ກ. ​ໄລຍະ​ປີ 1986 ​ເຖີງປັດຈຸບັນ            ຂ. ​ໄລຍະ​ປີ 1955-1974
ຄ. ​ໄລຍະ​ປີ 1975-1986                 ງ. ​ໄລຍະ​ປີ 1893-1954
13. ອົງການ​ນາ​ຊາ ( N. A. S. A )​ແມ່​ງອົງການ​ບໍ​ຫານ​ແຫ່ງ​ຊາດ​ກ່ຽວ​ກັບ​ອະວະກາດ​ຂອງ​ປະ​ເທດ​ໃດ?
ກ. ຍີ່ປຸ່ນ            ຂ. ສະຫະລັດ​ອາ​ເມ​ລິ​ກາ      ຄ. ລັດ​ເຊຍ       ງ. ຝລັ່ງ
14. ມະຫາ​ສະໝຸດທີ​ໃຫຍ່​ກວ່າໝູ່​ໃນ​ໂລກ​ແມ່ນ​ມະຫາ​ສະໝຸດຫັຍ​ງ?
ກ. ມະຫາ​ສະໝຸດອາກຕີກ                  ຂ. ມະຫາ​ສະໝຸດອີນ​ເດຍ
ຄ. ມະຫາ​ສະໝຸດອັດ​ລັງ​ຕີກ                 ງ. ມະຫາ​ສະໝຸດປາຊິ​ຟີ​ກ
15. ຂະ​ແໜງການ​ໃດ ທີ່​ເປັນ​ໄມ້​ງັດ​ທາງ​ດ້ານ​ເສດຖະກິດ​ທີ່​ສຳຄັນ​ຂອງ​ປະ​ເທດ​ຍີ່ປຸ່ນ?
ກ. ຂະ​ແໜງກະ​ສີ​ກຳ                  ຂ. ຂະ​ແໜງອຸດສາຫະກຳ
ຄ. ຂະ​ແໜງການທ່ອງ​ທ່ຽວ             ງ. ຂະ​ແໜງການ​ຄ້າ
16. ທົ່ງພຽງ​ໃນ ສ.ປ.ປ. ລາວ​ໂດຍ​ໄປ​ເປັນ​ທົ່ງພຽງ​ລ້ອງ​ນ້ຳ ຊຶ່ງຈະ​ພົບ​ຢູ່​ຕາມ​ແຄມ​ແມ່ນ້ຳຕ່າງໆ​ໂດຍ​ສະ​ເພາະ​ແມ່ນ​ນ້ຳຂອງ, ​ໃນ​ນີ້ທົ່ງພຽງ​ທີ່​​ໃຫຍ່​ກວ່າໝູ​ໄດ້​ແກ່:
ກ. ທົ່ງພຽງ​ວຽງ​ຈັນ                        ຂ. ທົ່ງພຽງ​ຫຼວງ​ນ້ຳທາ
ຄ. ທົ່ງພຽງ​ຈຳປາ​ສັກ                       ງ. ທົ່ງພຽງ​ສະຫັວນນາ​ເຂດ
17. ​ເອີ​ລົບ​ຕາ​ເວັນ​ຕົກ​ເປັນ​ເຂດໜື່ງທີ່​ມີ​ປະຊາກອນ​ດຳລົງ​ຊີວິດ​ຢູ່​ຢ່າງໜ້າ​ແໜ້ນນັ້ນ​ເປັນ​ຍ້ອນ​ວ່າ:
ກ. ມີ​ຄວາມ​ກ້າວໜ້າທາງ​ດ້ານ​ການ​ຄ້າ            ຂ. ມີ​ຄວາມ​ກ້າວໜ້າທາງ​ດ້ານ​ການທ່ອງ​ທ່ຽວ
ຄ. ມີ​ຄວາມ​ຈະ​ເລີ​ນທາງ​ດ້ານ​ອຸດ​ສະຫະ​ກຳ       ງ. ມີ​ຄວາມ​ກ້າວໜ້າທາງ​ດ້ານ​ອຸດ​ສະຫະ​ກຳ
18. ​ເພື່ອ​ໃຫ້ການ​ຜະລິດ​ຂະຫຍາຍຂື້ນສູ່​ລະດັບ​ສູງ​ໃນ​ທຸກ​ດ້ານ​ນັ້ນ ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ລົງ​ທືນ​ໃສ່​ດ້ານ​ໃດ​ແດ່​ເປັນຕົ້ນຕໍ?
ກ. ກາ​ນທະຄານ                        ຂ. ການ​ທະຫານ
ຄ. ການທ່ອງທ່ຽວ                       ງ. ການຄົ້ນຄວ້າ​ວິທະຍາສາດ    
19.ພູມ​ສັນຖານ​ຂອງ ສ.ປ.ປ ລາວ​ເປັນ​ພູມ​ສັນຖານ​ທີ່​ປະກອບ​ດ້ວຍ​ພູ​ສູງ, ພູ​ຕ່ຳ ​ແລະ​ທົ່ງພຽງສະຫຼັບ ຊັບຊ້ອນກັນ ຊື່​ງ​ໃນ​ນັ້ນ​ເນື້ອທີ່ທົ່ງພຽງ​ກວມ​ອັດຕາ​ສ່ວນ​ປະມານ:
ກ. 20% ຂອງ​ເນື້ອທີ​ທັງໝົດ                ຂ. 60% ຂອງ​ເນື້ອທີ​ທັງໝົດ
ຄ. 50% ຂອງ​ເນື້ອທີ​ທັງໝົດ                ງ. 30% ຂອງ​ເນື້ອທີ​ທັງໝົດ
20. ​ແມ່ນ້ຳຂອງ​ເປັນ​ແມ່ນ້ຳສາຍ​ສຳຄັນ​ຂອງ​ສ.ປ.ປ ລາວ​ແຕ່​ແມ່ນ້ຳນີ້ບໍ່​ໄຫຼຜ່ານ​ບັນດາ​ແຂວງ​ຈຳນວນໜື່ງທາງ​ພາກ​ເໜືອຂອງ​ລາວ. ບັນດາ​ແຂວງ​ເຫຼົ່ານີ້ມີ​ແຂວງ​ໃດ​ແດ່?
ກ. ຜົ້ງສາລີ,ອຸດົມ​ໄຊ,ບໍ່​ແກ້ວ,ຫຼວງພະ​ບາງ       ຂ. ຜົ້ງສາລີ,ຫົວພັນ,ຊຽງ​ຂວາງ
ຄ. ຫຼວງພະ​ບາງ,ຊຽງ​ຂວາງ,ອຸດົມ​ໄຊ           ງ. ຫຼວງນ້ຳທາ,ບໍ່​ແກ້ວ,​ໄຊ​ຍະ​ບູລີ,ອຸດົມ​ໄຊ
21. ຊັບພະຍາກອນ​ທຳ​ມະ​ຊາດ​ມີ2​ປະ​ເພດ​ຄື:
ກ. ຊັບພະຍາກອນ​ທີ​ເປັນ​ທາດ​ແຫຼວ​ແລະ​ທາດ​ແຂງ.
ຂ. ຖືກ​ທຸກ​ຂໍ້
ຄ. ຊັບພະຍາກອນ​ທີ​ເປັນ​ໂລຫະ​ແລະ​ອະ​ໂລຫະ
ງ. ຊັບພະຍາກອນ​ທີ​ທົດ​ແທ່ນ​ໄດ້​ແລະ​ທົດ​ແທນ​ບໍ່​ໄດ້
22. ປະ​ເທດ​ທີ​ລ້ຽງໝູ່ຫຼາຍກວ່າໝູ່​ແມ່ນ​ປະ​ເທດ​ໃດ?
ກ. ປະ​ເທດ​ຫວຽດນາມ     ຂ. ປະ​ເທດ​ອັງກິດ     ຄ. ປະ​ເທດ​ຈີນ     ງ. ປະ​ເທດ​ຟິລີບ​ປີນ
23. ຢູ່​ໃນ​ປະ​ເທດ​ກຳລັງ​ພັດທະນາ, ການ​ຫັນ​ເປັນ​ຕົວ​ເມືອງ​ມັກ​ຈະ​ໄວ​ກ່ວາລະ​ດັບ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ.​ດັ່ງນັ້ນມັກ​ມີ​ບັນຫາ​ຕາ​ມມາ​ຊື່​ງນັນ​ໄດ້​ແກ່:
ກ. ທີ່ຢູ່​ອາ​ໃສ​ກ້ວາງ​ຂວາງ             ຂ. ບັນຫາ​ຄົນ​ຫວ່າງ​ງານຫຼາຍ
ຄ. ການ​ຈາ​ລາ​ຈອນ​ລົ່ງລ່ຽນບໍ່​ແອ​ອັດ      ງ. ສີ່​ງ​ແວດ​ລ້ອມ​ດີ
24. ປ່າ​ໄມ້​ໃນ ສ.ປ.ປ ລາວ​ແບ່ງ​ອອກ​ເປັນຫຼາຍປະ​ເພດ.​ຢາກ​ຮູ້​ວ່າ​ແມ່ນ​ປ່າ​ປະ​ເພດ​ໃດກວມ​ເນື້ອທີຫຼາຍ ກວ່າໝູ່?
ກ. ປ່າ​ໃບ​ເຂັມ         ຂ. ປ່າ​ປະສົມ(ປ່າ​ສົງ)    ຄ. ປ່າດົງ​ດີບ    ງ. ​ໂຄກ(ປ່າ​ຫ່າງ)
25. ​ແມ່ນ້ຳລຳ​ເຊ​ໃນ ​ສ.ປ.ປ ລາວມີ​ທ່າ​ແຮງ​ໃນ​ດ້ານ​ເສດຖະກິດ​ດີ​ທີ່​ສຸດ​ແມ່ນ:
ກ. ​ໃຊ້​ເປັນ​ບ່ອນ​ຫາ​ປາຫຼາຍທີ​ສຸດ            ຂ. ​ໃຊ້​ເປັນ​ເສັ້ນທາງ​ຄົມມະນາຄົມ​ຂົນ​ສົ່ງດີ​ທີ​ສຸດ
ຂ. ​ໃຊ້​ເປັນ​ແຫຼ່ງນ້ຳສຳຫຼັບການ​ກະສິກຳ​ດີ​ທີ່​ສຸດ  ງ. ​ໃຊ້​ເປັນ​ແຫຼ່ງຜະລິດ​ໄຟຟ້າ​ນຳຕົກ​ດີ​ທີ່​ສຸດ
26. ​ເພື່ອ​ຢາກ​ໃຫ້​ເສດຖະກິດ​ລາວ​ມີ​ການ​ພັດທະນາ​ດີ​ຂື້ນຕ້ອງ​ເອົາ​ໃຈ​ໃສ່​ບັນຫາ​ໃດ​ແດ່?
ກ. ຕ້ອງ​ມີ​ກຳລັງ​ແຮງ​ງານ​ທີ​ມີ​ການ​ສື​ກສາສູງ    ຂ. ຕ້ອງ​ມີ​ໂຮງງານ​ຄົບ​ຊຸດ
ຄ. ຕ້ອງ​ມີ​ຊັບພະຍາກອນຫຼາກຫຼາຍ           ງ. ຕ້ອງ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ
27. ບັນດາ​ປະ​ເທດ​ອຸດສາຫະກຳ​ໃໝ່(NIC)ມີ​ປະ​ເທດ​ໃດ​ແດ່?
ກ. ປະ​ເທດ​ເກົາຫຼີ​ໃຕ້,ມາ​ເລ​ເຊຍ​ແລະ​ຟິລີບ​ປີນ
ຂ. ປະ​ເທດ​ໄທ,ອັບ​ກາ​ນິດ​ສະຖານ​ແລະ​ລີ​ບັງ
ຄ. ປະ​ເທດ​ຮົງ​ກົງ,ກາ​ຕາ,ບາ​ເຣນ​ແລະ​ໂອ​ມານ
ງ. ປະ​ເທດ​ໃຕ້​ຫັວນ,ສີ​ງກະ​ໂປ,ຮົງ​ກົງ​ແລະ​ເກົາຫຼີ​ໃຕ້
28. ຂໍ້​ໃດ​ບໍ່​ແມ່ນ​ຂະ​ແໜງອຸດສາຫະກຳ?
ກ. ຕີ​ເຫຼັກ     ຂ. ພະລັງງານ     ຄ. ຂຸດ​ຄົ້ນ​ແຮ່​ທາດ       ງ. ກົນ​ຈັກ
29. ​ເສັ້ນທາງຫຼວງ​ແຫ່ງ​ຊາດ​ຂອງລາວ​ມີ​ຢູ່ກັນຫຼາຍ​ເສັ້ນ.ຢາກ​ຮູ້​ວ່າ​ເສັນທາງ​ເລກ 9​ ນັ້ນ​ແມ່ນ​ເສັ້ນທາງ​ເລີ່​ມ​ແຕ່​ໃສ​​ໄປ​ເຖີງ​ໃສ?
ກ. ຈາກ​ເມືອງ​ປາກ​ເຊ​ເຖີງສາລາ​ວັນ               ຂ. ຈາກ​ສາລາ​ພູ​ຄູນ​ອອກ​ສູ່​​ຫວຽດນາມ
ຄ. ຈາກ​ເມືອງ​ໄກສອນ​ພົມວິຫານ​ອອກ​ສູ່​ຫວຽດນາມ    ງ. ຈາກຫຼວງພະ​ບາງ​ໄປ​ຫາ​ປາກ​ມອງ
30. ປະຈຸ​ບັນ​ເພີ່ນ​​ໄດ້​ແບ່ງ​ຊົນ​ເຜົ່າ​​ເປັນ​ຈັກ​ຊົນ​ເຜົ່າ?
ກ. 49 ຊົນ​ເຜົ່າ    ຂ. 69 ຊົນ​ເຜົ່າ     ຄ. 48 ຊົນ​ເຜົ່າ   ງ. 68 ຊົນ​ເຜົ່າ
31. ປະຊາກ​ອນຫຼາຍ​ເປັນອັນ​ດັບ2 ຂອງ​ໂລກ​ແມ່ນ​ປະ​ເທດ​ໃດ​?
ກ. ປະ​ເທດ​ເນ​ປານ                    ຂ. ປະ​ເທດ​ອັບ​ກາ​ນິດ​ສະຖານ
ຄ. ປະ​ເທດ​ຈີນ                       ງ. ປະ​ເທດ​ອີນ​ເດຍ
32. ປະ​ເທດ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັບ ສ.ປ.ປ ລາວ ຍາວ​ກວ່າໝູ່​ແມ່ນ​ປະ​ເທດ​ໃດ?
ກ. ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ    ຂ. ລາຊະ​ອານາຈັກ​ກຳປູ​ເຈຍ
ຄ. ລາຊະ​ອານາຈັກ​ໄທ                   ງ. ສາທາລະນະ​ລັດ​ປະຊາຊົນ​ຈີນ
33. ປະ​ເທດ​ລາວ​ໄດ້​ແບ່ງ​ເຂດ​ການ​ປົກຄອງ​ຄື​ແນວ​ໃດ?(ປີ2008)
ກ. 17​ ແຂ​ວງ 1 ກຳ​ແພງ​ນະຄອນ 1 ​ເຂດ​ພິ​ເສດ
ຂ. 16 ​ແຂວງ 1 ກຳ​ແພງ​ນະຄອນ
ຄ. 17 ​ແຂວງ 1 ກຳ​ແພງ​ນະຄອນ
ງ. 16 ​ແຂວງ 1 ກຳ​ແພງ​ນະຄອນ 1 ​ເຂດ​ພິ​ເສດ
34. ​ໃນ​ບັນດາ​ປະ​ເທດ​ຕ່າງ​ໆ​ເຫຼົ່ານີ້​ແມ່ນ​ປະ​ເທດ​ໃດ​ທີ່​ບໍ່​ເປັນ​ສະມາ​ຊີກ​ຂອງ​ສະຫະພາບ​ເອີ​ລົບ?
ກ. ປະ​ເທດ​ອັງກິດ    ຂ. ປະ​ເທດ​ກະ​ເກຼັກ     ຄ. ປະ​ເທດ​ສະ​ວິດ      ງ. ປະ​ເທດ​ເຍຍ​ລະ​ມັນ
35. ​ເສັ້ນທາງ​ເລກ 9 ມີ​ຄວາມ​ຍາວ​ເທົ່າ​ໃດ?
ກ. ຍາວ 132 ກມ   ຂ. ຍາວ 120 ກມ   ຄ. ຍາວ 268 ກມ   ງ. ຍາວ 140 ກມ
36. ນ້ຳງື່ມມີ​ຕົນກຳ​ເນີ​ດມາ​ຈາກ​ພູ​ພຽງ​ໃດ​ຂອງ​ລາວ?
ກ. ພູ​ພຽງ​ກະ​ລືມ   ຂ. ພູ​ພຽງ​ເມືອງ​ພວນ    ຄ. ພູ​ພຽງ​ນາ​ກາຍ    ງ. ພູ​ພຽງບໍລະ​ເວນ
37. ສ. ປ. ປ ລາວ​ເຂົ້ນ​ເປັນ​ສະມາ​ຊີກ​ອາ​ຊຽນ​ໃນ​ປີ​ໃດ?
ກ. ປີ 1999      ຂ. ປີ 1997         ຄ. ປີ 2000       ງ. ປີ 1998
38. ພູ​ເບ້ຍ​ເປັນ​ພູ​ທີ່​ສູງ​ກວ່າໝູ່​ໃນ​ລາວ​ຕັ້ງຢູ່​ແຂວງ​ໃດ?
ກ. ​ແຂວງຫຼວງພະ​ບາງ       ຂ. ​ແຂວງ​ວຽງ​ຈັນ      ຄ. ​ແຂວງ​ຫົວພັນ     ງ. ​ແຂວງ​ຊຽງ​ຂວາງ
39. ທຳ​ມະ​ຊາດ​ຂອງ​ປະ​ເທດ​ລາວ​ໄດ້​ເອື້ອອຳນວຍ ​ໃຫ້​ສາມາດ​ປູກ​ຝ້າຍ​ໄດ້​ໃນ​ທົ່ວ​ປະ​ເທດ.​ແຕ່​ຢາກ​ຮູ້​ວ່າ​ແຂວງ​ໃດ​ເປັນ​ແຂວງ​ທີ່​ມີ​ການ​ປູກ​ພືດ​ຊະນີ​ດນີຫຼາຍກ່ວາໝູ່?
ກ. ​ແຂວງ​ໄຊ​ຍະ​ບູລີ    ຂ. ​ແຂວງ​ອຸດົມ​ໄຊ    ຄ. ​ແຂວງ​ສະຫັວນນາ​ເຂດ   ງ. ​ແຂວງຫຼວງພະ​ບາງ
40. ​ແມ່ນ​ປະ​ເທດ​ໃດ ສາມາດ​ຜະລິດ​ເຂົ້າ​ເບຼສົ່ງ​ອອກຫຼາຍກ່ວາໝູ່​ໃນ​ໂລກ?
                         ກ. ​ເບຼຊີ​ນ     ຂ. ສະຫະລັດ​ອາ​ເມ​ລິ​ກາ    ຄ. ສ ປ ຈີນ    ງ. ຝລັ່ງ​ເສດ  

No comments:

Post a Comment